ບົດທີ 12 ການສ້າງແບບຟອມ(ຕໍ່)

13.ຊ່ອງຮັບຂໍ້ມູນປະເພດ textarea.
ເປັນຮູບແບບໃນການສ້າງຊ່ອງຮັບຂໍ້ມູນແບບຫຼາຍແຖວດ້ວຍແທັກຄຳສັ່ງ <textarea> ເຊິ່ງມີຮູບແບບການຂຽນດັ່ງນີ້:

<form>
<textarea name="ຊື່ຂໍ້ມູນ" rows="ຈຳນວນແຖວ" cols="ຈຳນວນຖັນ">
   ຂໍ້ມູນທີ່ຕ້ອງການສະແດງຜົນໄວ້ໃນຊ່ອງຮັບຂໍ້ມູນ
</textarea>
</form>

ຕົວຢ່າງ:
<form>
ສະແດງຄຳເຫັນ:<br>
<textarea name="text1" rows="5" cols="40">
   ຂໍ້ມູນທີ່ຕ້ອງການສະແດງຜົນໄວ້ໃນຊ່ອງຮັບຂໍ້ມູນ
</textarea>
</form>

ຜົນໄດ້ຮັບ









14. ຊ່ອງຮັບຂໍ້ມູນປະເພດ select.
ໃນການສ້າງຕົວເລືອກດ້ວຍແທັກຄຳສັ່ງ <select> ແມ່ນການສ້າງລາຍການແບບ drop-down ເຊິ່ງມີຮູບແບບການຂຽນ
ດັ່ງນີ້:
<form>
<select name="ຊື່ຂໍ້ມູນ">
     <option value="ຄ່າຕົວເລືອກທີ1">ຕົວເລືອກທີ1</option>
     <option value="ຄ່າຕົວເລືອກທີ2">ຕົວເລືອກທີ2</option>
     <option value="ຄ່າຕົວເລືອກທີ3">ຕົວເລືອກທີ3</option>
     .............. 
</select>
</form>

ຕົວຢ່າງ:
<form>ປະເທດ:
<select name="country">
     <option value="laos">ສ.ປ.ປ ລາວ</option>
     <option value="vietnam">ຫວຽດນາມ</option>
     <option value="japan">ຢີ່ປຸ່ນ</option>
     .............. 
</select>
</form>

 ຜົນໄດ້ຮັບ