ບົດທີ 5 ຄຳສັ່ງທີ່ໃຊ້ໃນການຈັດເອກະສານ



  1. ຄຳ​ສັ່ງ​ລົງ​ແຖວ.
ຂໍ້ຄວາມ​ທີ່​ພິມໃນ​ເອກະສານ HTML ນັ້ນຈະ​ມີ​ລັກສະນະ​ຕໍ່​ກັນ​ໄປ​ເປັນ​ແຖວ​ດຽວ​ ​ແລະ​ຈະ​ລົງ​ແຖວ​ກໍ່​ເມືອ​ສຸດ​ຂອບ​ໜ້າ​ຈໍ​ຄອມ ດັ່ງ​ນັ້ນ​ຖ້າ​ຕ້ອງການ​ລົງ​ແຖວ​ໃໝ່​​ເຮົາ​ຈະ​ຕ້ອງ​ກຳນົດ​ເອງ​ດ້ວຍ​ການ​ໃຊ້​ແທັກ​ຄຳ​ສັ່ງ <br> (break line) ຄຳ​ສັ່ງ​ນີ້​ຈະ​ໃຫ້​ຜົນ​ຮັບ​ຄື​ກັບ​ການ​ກົດ​ປຸ່ມ Enter ​ໃນ​ແປ້ນ​ພິມ
ຕົວຢ່າງ:
<html>
   <head>
   <title>basic HTML</title>
   </head>
   <body>
 1. ການລົງແຖວໃໝ່ <br> ຂໍ້ຄວາມທີ່ພິມໃນເອກະສານ HTML ນັ້ນຈະມີລັກສະນະຕໍ່ກັນໄປ  ເປັນແຖວດຽວ ແລະຈະລົງແຖວກໍ່ເມືອສຸດຂອບໜ້າຈໍຄອມ
   </body>
</html>
  1. ການຈັດ​ຕຳ​ແໜ່​ງຂໍ້​ມູນ​ໃຫ້​ຢູ່​ເຄິ່ງກາງ​ໜ້າ​​ເວັບ​ເພ​ຈ​.
​ແມ່ນ​ໃຊ້​​ແທັກ​ຄຳ​ສັ່ງ <center> ..... </center>
ຕົວຢ່າງ: <center> ຂໍ້ຄວາມ​ນີ້​ຈະ​ຢູ່​ເຄິ່ງກາງໜ້າ​ເວັບ​ເພ​ຈ</center>
  1. ການຈັດ​ພາຣາ​ກຣາບ(paragraph).
ພາຣາ​ກຣາບ ຈະ​ເປັນ​ສ່ວນ​ທີ່​ເຫັນ​ກັນ​ທົ່ວ​ໄປ​ໃນ​ໜັງສື ຫຼືວາລະສານ​ຕ່າງໆ ​​ເປັນ​ສ່ວນ​ທີ່​ຊ່ວຍ​ໃຫ້ການ​ແບ່ງ​ເນື້ອ​ຫາ​ນັ້ນ​ໃຫ້​ເປັນ​ສັດສ່ວນ ​ແລະ​ເບິ່ງ​ງ່າຍ​ຂຶ້ນ ການຈັດ​ຂໍ້ຄວາມ​ໃຫ້​ເປັນ​ພາຣາກຣາບຈະ​ໃຊ້​ແທັກ​ຄຳ​ສັ່ງ <p> ​ເຊິ່ງມີ​ຮູບ​ແບບ​ການຈັດ​ດັ່ງ​ນີ້:
ຮູ​ບ​ແບບ
ຄຳ​ອະທິບາຍ
Left
ຕິດ​ຂອບ​ເບື້ອງ​ຊ້າຍ
Center
ຢູ່​ເຄິ່ງກາງ
Right
ຕິດ​ຂອບ​ເບື້ອງ​ຂວາ
ຮູບ​ແບບ: <p align="right">ຂໍ້ຄວາມທີ່ຈັດຢູ່ໃນພາຣາກຣາບ</p>  
ຕົວຢ່າງ:
<html>
<head>
<title>ການຈັດພາຣາກຣາບ </title>
</head>
<body>
<p align=left> ຂໍ້ຄວາມທີ່ຢູ່ຕິດດ້ານຊ້າຍ </p>
<p align=center> ຂໍ້ຄວາມທີ່ຢູ່ເຄິ່ງກາງ </p>
<p align=right> ຂໍ້ຄວາມທີ່ຢູ່ເບື້ອງຂວາ </p>
</body>
</html>
  1. ການຈັດ​ຮູບ​ແບບ​ເອກະສານ​ຕາມ​ທີ່​ກຳນົດ.
ເປັນ​ການ​ກຳນົດ​ຕຳ​ແໜ່​ງກາ​ນະ​ແດງ​ຜົນ​ຕາມ​ຮູບ​ແບບ​ທີ່​ເຮົາ​ພິມ​ໃນ​ໂປຣ​ແກຣມ Notepad ​ເຊິ່ງ​ເຮົາ​ສາມາດ​ເຮັດ​ໄດ້​ຕາມ​ທີ່​ເຮົາ​ຕ້ອງການ ​ໂດຍ​ຈະ​ໃຊ້​ແທັກ​ຄຳ​ສັ່ງ <pre> …. </pre>
ຕົວຢ່າງ:
<pre>
ລາຍຮັບ:
        ຂາຍເຄື່ອງ 20000 ກີບ
        ດອກເບ້ບ 30000 ກີບ
ລາຍຈ່າຍ:
        ຄ່ານໍ້າ 5000 ກີບ
        ຄ່າໄຟ 2000 ກີບ
ລວມ 7000 ກີບ
</pre>
  1. ການ​ໃສ່​ເສັ້ນ​ຂັ້ນ​ໃນ​ເອກະສານ​ຕາມ​ລວງ​ນອນ(horizontal rule).
<hr> ​ເປັນຄຳ​ສັ່ງ​ສະ​ແດງ​ເສັ້ນ​ຂັ້ນ​ຕາມ​ລວງ​ນອນ ​ໂດຍ​ຈະ​ໃຊ້​ເປັນ​ເສັ້ນ​ແບ່ງ​ເນື້ອ​ຫາ​ລະຫວ່າງ​ບົດ ຫຼື​ເປັນ​ເສັ້ນ​ຂັ້ນ​ເພື່ອ​ຄວາມ​ສວຍ​ງາມ ​ແລະ​ເປັນ​ລະບົບ​ລະບຽບ​ຂອງ​ເນື້ອ​ຫາ ​ເຊິ່ງ​ເປັນ​ຄຳ​ສັ່ງ​ບໍ່​ຕ້ອງ​ມີ​ຄຳ​ສັ່ງ​ປິດ ນອກຈາກ​ນັ້ນ​ຍັງ​ສາມາດ​ກຳນົດ​ຄຸນ​ລັກສະນະ​ໄດ້​ອີກ​ດ້ວຍ ​ເຊິ່ງມີ​ຮູບ​ແບບ​ດັ່ງ​ລຸ່ມ​ນີ້:
<hr color="ຊື່ສີ ຫຼືລະຫັດສີ" width="ຄວາມກວ້າງ" align="ຊ້າຍ,ຂວາ,ເຄິ່ງກາງ" noshade>
size ຂະໜາດ​ຂ​​ອງ​ເສັ້ນ​ຂັ້ນ
align ຕຳ​ແໜ່​ງສະ​ແດງ​ເສັ້ນ​ຂັ້ນ ​ເຊັ່ນ: ຊ້າຍ,ຂວາ,​ເຄິ່ງກາງ
color ສີ​ເສັ້ນ​ຂັ້ນ
width ຄວາມ​ກວ້າງ​ຂອງ​ເສັ້ນ​ຂັ້ນ
noshade ກຳນົດ​ໃຫ້​ເສັ້ນ​ຂັ້ນ​ເປັນ​ເສັ້ນ​ໜ້າ ຫຼື​ເຂັ້ມ​ກວ່າ​ປົກກະຕິ
ຕົວຢ່າງ:
<html>
<head>
<title>ການຈັດພາຣາກຣາບ </title>
</head>
<body>
ຍິນດີຕ້ອນຮັບ
<hr color="red" width="500" hieght="1" align="center" noshade>
ບົດຮຽນທີ 3 ການຈັດການກັບຂໍ້ຄວາມ
</body>
</html>
  1. ການ​ໃສ່​ໝາຍ​ເຫດ​(​comment)​ໃນ​ເອກະສານ.
ການ​ໃສ່​ໝາຍ​ເຫດ​ໃນ​ເອກະສານ html ​ແມ່ນ​ຕ້ອງການ​ໃສ່​ຂໍ້ຄວາມ ຫຼື​ຂໍ້​ມູນ​ໄວ້​ໃນ​ເອກະສານ​ແຕ່​ບໍ່​ຕ້ອງການ​ໃຫ້​ສະ​ແດງ​ທາງ​ໜ້າ​ຈໍ ​ເຊິ່ງມີ​ຮູບ​ແບບ​ຄຳ​ສັ່ງ​ດັ່ງ​ນີ້:
<!  ຂໍ້ຄວາມ​ທີ່​ເປັນ​ໝາຍ​ເຫດ >
  1. ການ​ຍະ​ຫວ່າງ​ໃນ​ເອກະສານ.
ການ​ພິມ​ຂໍ້​ມູນ​ໃນ​ເອກະສານ HTML ​ຈະ​ມີ​ການ​ຍະ​ວ່າງຫຼາຍ​ປານ​ໃດ​ກໍ່ຕາມ ​​ເວລາ​ນຳ​ໄປສະ​ແດງ​ໃນ​ໜ້າ​ຈໍ​ບຣາວ​ເຊີ ກໍ່​ຈະ​ສະ​ແດງ​ຄື​ວ່າ​ຍະ​ວ່າງ​ພຽງ 1 ຕົວ​ອັກສອນ​ເທົ່າ​ນັ້ນ ດັ່ງ​ນັ້ນ​ຖ້າ​ເຮົາ​ຕ້ອງການ​ຍະ​ວ່າງຫຼາຍໆ ​ໃນ​ພາ​ສາ HTML ຈະ​ມີ​ຄຳ​ສັ່ງ​ໄວ້​ໃຫ້ ຄື: &nbsp; ຄຳ​ສັ່ງ​ນີ້​ຈະ​ເທົ່າ​ກັບ​ການ​ເຄາະ​ຍະ​ວ່າງ 1 ບາດ​ ​ໃນ​ແປ້ນ​ພິມ.
ຕົວຢ່າງ:
<html>
<head>
<title>ການຈັດພາຣາກຣາບ </title>
</head>
<body>
ຍິນດີຕ້ອນຮັບ
<! ຂໍ້ຄວາມທີ່ເປັນນີ້ ຄືໝາຍເຫດ>
<hr color="red" width="500" hieght="1" align="center" noshade>
ບົດຮຽນທີ 3 &nbsp; &nbsp; &nbsp; &nbsp; ການຈັດການກັບຂໍ້ຄວາມ
</body>
</html>