ບົດທີ 1 ພື້ນຖານາກ່ຽວກັບອິນເຕີເນັດ (ຕໍ່)

1.2 ການເຊື່ອມຕໍ່ອິນເຕີເນັດ
1.2.1 ການເຊື່ອມຕໍ່ອິນເຕີເນັດແບບໃຊ້ສາຍ(Wire Internet)
- ການເຊື່ອມຕໍ່ອິນເຕີເນັດລາຍບຸກຄົນ(Individual Connection): ແມ່ນການເຊື່ອມຕໍ່ຄອມພິວເຕີທີ່ຢູ່ໃນເຮືອນ
ເຂົ້າກັບລະບົບເຄືອຂ່າຍອິນເຕີເນັດເພື່ອໃຊ້ອິນເຕີເນັດໂດຍຜ່ານສານໂທລະສັບ ໂດຍຜູ້ໃຊ້ຈະຕ້ອງສະໝັກ
ເປັນສະມາຊິກກັບຜູ້ໃຫ້ບໍລິການອິນເຕີເນັດເສຍກ່ອນ ຈາກນັ້ນຈະໄດ້ຊື່ ແລະລະຫັດເພື່ອເຂົ້າໃຊ້
ອົງປະກອບໃນການເຊື່ອມຕໍ່ອິນເຕີເນັດລາຍບຸກຄົນມີຄື:
1) ໂທລະສັບ
2)ຄອມພິວເຕີ
3)ຜູ້ໃຫ້ບໍລິການອິນເຕີເນັດ
4)ໂມເດມ
- ການເຊື່ອມຕໍ່ອິນເຕີເນັດຂອງອົງກອນ( Coperate Connection): ການເຊື່ອມຕໍ່ອິນເຕີເນັດປະເພດນີ້ມັກເຫັນຢູ່
ຕາມອົງກອນ,ໜ່ວຍງານຕ່າງໆ ເຊິ່ງພາຍໃນອົງກອນຈະມີລະບົບເຄືອຂ່າຍທີ່ເຊື່ອມຕໍ່ກັບອິນເຕີເນັດດ້ວຍສາຍເຊົ່າ
ຕະຫຼອດເວລາ ດັ່ງນັ້ນບຸກຄົນທີ່ຢູ່ໃນອົງກອນກໍ່ສາມາດໃຊ້ອິນເຕີເນັດໄດ້ຕະຫຼອດເວລາເຊັ່ນກັນ

1.2.2 ການເຊື່ອມຕໍ່ອິນເຕີເນັດແບບບໍ່ໃຊ້ສາຍ(Wireless Network)