ບົດທີ 9 ການເຊື່ອມໂຍງເວັບເພຈ(ຕໍ່)

9.2 ການເຊື່ອມໂຍງໄປຍັງເວັບເພຈອື່ນ ຫຼືເວັບໄຊອື່ນ.
ເຮົາຈະໃຊ້ແທັກຄຳສັ່ງ  ແລ້ວເພີ່ມຄຳສັ່ງ href ໄວ້ພາຍໃນ,ຈາກນັ້ນກຳນົດຄ່າ href ໃຫ້ເທົ່າກັບຊື່ ແລະບ່ອນຢູ່
ຂອງເວັບເພຈ ຫຼືເວັບໄຊນັ້ນໆ ສັງເກດຮູບແບບການຂຽນດັ່ງລຸ່ມນີ້:

ຂໍ້ຄວາມທີ່ເປັນຈຸດການເຊື່ອມໂຍງ

ຕົວຢ່າງ:

ເມນູຫຼັກ

history

ເວັບໄຊກະຊວງສຶກສາທິການ ແລະກິລາ

9.3 ການເຊື່ອມໂຍງໄປຍັງອີເມລ.
ເຮົາຈະໃຊ້ແທັກຄຳສັ່ງ  ແລ້ວເພີ່ມຄຳສັ່ງ href ໄວ້ພາຍໃນ,ຈາກນັ້ນກຳນົດຄ່າ href ໃຫ້ເທົ່າກັບ mailto:ທີ່ຢູ່ອີເມລ
ທີ່ຕ້ອງການສົ່ງເມລໄປເຖິງ ສັງເກດຮູບແບບການຂຽນດັ່ງລຸ່ມນີ້:

ສອບຖາມເພີ່ມເຕີມ

9.3 ການເຊື່ອມໂຍງໄປຍັງເອກະສານອື່ນໆ.
ເຮົາຈະໃຊ້ແທັກ  ຄືກັບການເຊື່ອມໂຍງແບບອື່ນໆ ຕ່າງແຕ່ເຮົາຈະກຳນົດຄ່າຂອງຄຳສັ່ງ href ເທົ່າກັບຊື່ເອກະສານ
ທີ່ເຮົາຕ້ອງການເຊື່ອມໂຍງໄປເຖິງ

ຕົວຢ່າງ:

ດາວໂຫຼດ

ບົດຮຽນຍົດທີ 1

ວຽກບ້ານ

ຜົນໄດ້ຮັບ