ບົດທີ 1 ພື້ນຖານກ່ຽວກັບອິນເຕີເນັດ

ອິນເຕີເນັດ(Internet) ຫຍໍ້ມາຈາກຄຳວ່າ Inter Connection Network ໝາຍເຖິງເຄືອຂ່າຍຄອມພິວເຕີທີ່ມີການ
ເຊື່ອມໂຍງກັນທົ່ວໂລກ ໂດຍມີລັກສະນະຄືກັບໃຍແມງມຸມ
ການເຮັດວຽກຂອງລະບົບເຄືອຂ່າຍອິນເຕີເນັດຈະມີ ໂປຣໂຕຄອລ(Protocol) ເຊິ່ງເປັນລະບຽບ ຫຼືວິທີການສື່ສານທີ່ເປັນ
ມາດຕະຖານຂອງການເຊື່ອມຕໍ່, ມາດຕະຖານດັ່ງກ່າວເອີ້ນວ່າ TCT/IP (Transmission Control Protocol/
Internet Protocol) ໂດຍຄອມພິວເຕີທຸກໜ່ວຍທີ່ເຊື່ອມຕໍ່ເຂົ້າກັບເຄືອຂ່າຍອິນເຕີເນັດ ຈະຕ້ອງມີໝາຍເລກປະຈຳຕົວ
ຫຼື IP address ເພື່ອໃຊ້ອ້າງອີງ ຫຼືຕິດຕໍ່ກັບຄອມພິວເຕີໜ່ວຍອື່ນໃນເຄືອຂ່າຍ.

1.1 ບັນດາຄຳສັບທີ່ກ່ຽວກັບອິນເຕີເນັດ
-    ເວັບ​ເພ​ຈ( webpage ): ​ແມ່ນ​ເອກະສານ​ທີ່​ໃຊ້​ໃນ​ການ​ນຳ​ສະ​ເໜີ​ ຫລື ​ເຜີຍ​ແພ່ຂໍ້​ມູນ ທີ່​ປະ​ກອບດ້ວຍຂໍ້​ມູນ​ແບບ​ສື່​ປະສົມ ​ເຊັ່ນ: ຂໍ້ຄວາມ,ຮູບ​ພາບ,ພາບ​ເຄື່ອນ​​ໄຫວ,ສຽງ ​ແລະ ວີ​ດີ​ໂອ ​ເປັນ​ຕົ້ນ ​ໂດຍ​ການ​ນຳ​ສະ​ເໜີ​ຜ່ານ​ເຄືອ​ລະບົບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ​ເຊິ່ງ​ແຕກ​ຕ່າງ​ກັນ​ໄປ​ຕາມ​ຈຸດປະສົງ​ຂອງ​ແຕ່​ລະ​ເວັບ​​ໄຊ.
-    ​ເວັບ​ໄຊ( website ): ​ການ​ບ່ອນ​ລວມບັນດາ​ໜ້າ​ເວັບ​ເພ​ຈທຸກໆ​ໜ້າ​ໄວ້​ດ້ວຍ​ກັນ ​​ໃນ​ນັ້ນ​ມີ 1 ໜ້າຖືກ​ກຳນົດ​​ໃຫ້​ເປັນ ໜ້າ​ຫລັກ ຫລື ໜ້າ​ທຳ​ອິດ ຫລື ​ໂຮມ​ເພ​ຈ ປົກກະຕິ​ຈະ​ຕັ້ງ​ຊື່​ເປັນ index .

-   ເວັບ​ຮັອສຕິງ( Web hosting ) ​ແມ່ນການບໍລິການເນື້ອທີ່ຄວາມຈຳຂອງຄອມພິວເຕີທີ່ເປັນ web server
ເພື່ອເກັບຮັກສາຂໍ້ມູນເວັບໄຊ ໂດຍທົ່ວໄປຜູ້ນຳໃຊ້ຈະສາມາດຂໍເຊົ່ານຳຜູ້ໃຫ້ບໍລິການ web hosting.

-   ສູນ​ໃຫ້​ບໍລິການ​ອິນ​ເຕີ​ເນັດ(ISP : Internet Service Provider) : ​ແມ່ນ​ໜ່ວຍ​ງານ​ທີ່​​ບໍລິການ​ໃຫ້​ຄອມ​ພິວ​ເຕີ​ສ່ວນ​ບຸກຄົນ ຫລື ​ເຄືອ​ຂ່າຍ​ຄອມ​ພິວ​ເຕີ​ຂອງ​ອົງ​ກອນ ​ເຊື່ອມ​ຕໍ່​ເຂົ້າ​ກັບ​ລະບົບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ​ເພື່ອ​​ໃຫ້​ສາມາດ​ໃຊ້​ອິນ​ເຕີ​ເນັດ​ໄດ້.
-    ຊື່​ໂດ​​ເມນ( Domain name ): ​ແມ່ນ​ຊື່​ຂອງເວັບ​ໄຊ ​ ​ເຊິ່ງຊື່​ເວັບ​ໄຊ​ຄື​ສິ່ງ​ທີ່​ສະ​ແດງ ຫລື​ ປະກາດ​ຄວາມ​ມີ​ຕົວ​ຕົນ​ໃນ​ອິນ​ເຕີ​ເນັດ​ ​​ເຮັດ​ໃຫ້​ຄົນ​ທົ່ວ​ໄປ​​ໄດ້​ຮູ້ຈັກ ​ໂດຍ​ຊື່​ຂອງ​ເວັບ​ໄຊ​ຈະ​ບໍ່ຊ້ຳ​ກັນ ​ເຊັ່ນ www.​moe.gov.la ​ເປັນ​ຕົ້ນ.
-     ​ເວັບ​ເຊີ​ບ​ເວີ( Web server ): ແມ່ນຄອມພິວເຕີທີ່ມີການຕິດຕັ້ງໂປຣແກຣມກ່ຽວກັບການໃຫ້ບໍລິການ ເຮັດໜ້າ
ໜ້າທີ່ບໍລິການ ແລະສົ່ງຂໍ້ມູນໃຫ້ຜູ້ນຳໃຊ້ທີ່ຮ້ອງຂໍມາ ໂດຍສ່ວນຫຼາຍໂປຣແກຣມທີ່ມັກໃຊ້ເຊັ່ນ: IIS(Internet 
Information Service),Apache ຫຼືອື່ນໆ.
-    ​ເວັບ​ບຣາວ​ເຊີ( Web browser ): ​ແມ່ນ​ໂປຣ​ແກຣມສຳລັບ​ເປີດ​ເບິ່ງ​ຂໍ້​ມູນ​ໃນ​ຮູບ​ແບບ​ເວັບ​​ເພຈ ຫລື ​ເອກະສານ HTML ຫລື ​ເວັບ​ເພ​ຈທີ່​ສ້າງ​ຈາກ​ພາສາ​ອື່ນໆ.
-    ດາວ​ໂຫລ​ດ( download ): ​ແມ່ນ​ການ​ສຳ​ເນົາ​ເອົາ​ຂໍ້​ມູນ​ຈາກ​ ​web server ມາ​ໄວ້​ໃນ​ຄອມ​ພິວ​ເຕີ​ຂອງ​ຜູ້​ໃຊ້.
-    ອັບ​ໂຫລ​ດ( Upload ): ​​ແມ່ນ​ການ​ສົ່ງ​​ໂອນ​ຍ້າຍ​ຂໍ້​ມູນ​ຈາກ​ຄອມ​ພິວ​ເຕີ​ຜູ້​ໃຊ້​ໄປ​ໄວ້​ໃນ web server.
-    ການ​ເຊື່ອມ​ໂຍງ( link ): ​​ແມ່ນ​ການ​ເຊື່ອມ​ໂຍງ​ລະຫວ່າງ​ເວັບ​ເພ​ຈພາຍ​ໃນ​ເວັບ​ໄຊ,ນອກ​ເວັບ​ໄຊ,​ເອກະສານ ຕ່າງໆ