ບົດທີ 11 ການສ້າງຕາຕະລາງຂໍ້ມູນ



ຄຳ​ສັ່ງ​ທີ່​ໃຊ້​ສຳລັບ​ສ້າງ​ຕາຕະລາງ​ມີ​ຢູ່​ຫຼາຍ​ຄຳ​ສັ່ງ​ຄື
ຊື່ Tag
ຄວາມ​ໝາຍ
<table> </table>
ສຳລັບ​ກຳນົດ​ຂອບ​ເຂດ​ການ​ສ້າງ​ຕາຕະລາງ
<th> </th>
ສຳລັບ​ຂໍ້ຄວາມ​ທີ່​ເປັນ​ຫົວ​ເລື່ອງ​ຂອງ​ຖັນ​ຕາຕະລາງ​ຂໍ້​ມູນ
<tr> </tr>
ກຳນົດ​ຈຳນວນ​ແຖວ​ຂອງ​ຕາຕະລາງ
<td> </td>
ກຳນົດ​ຈຳນວນ​ຖັນ​ຂອງ​ຕາຕະລາງ
ມີ​ຮູບ​ແບບໂຄງ​ສ້າງ​ການ​ຂຽນ​ດັ່ງ​ນີ້:
<table>
    <tr> <th>….</th> ….</tr>
    <tr><td>……</td>…..</tr>
</table>
ຕົວຢ່າງ:
<table>
  <tr>
    <th>ລະຫັດພະນັກງານ</th>
    <th>ຊື່ ແລະ ນາມສະກຸນ</th>
    <th>ເງິນເດືອນ (ກີບ)</th>
  </tr>
  <tr>
    <td>001</td> 
    <td>ທ່ານ ທອງດີ ມີໄຊ</td>
    <td>2,000,000 </td>
  </tr>
  <tr>
    <td>002</td>
    <td>ນາງ ຄຳສອນ ມີໂຊກ</td>
    <td>1,500,00</td>
  </tr>
</table>

ຜົນ​ໄດ້​ຮັບ
 
ນອກຈາກ​ນັ້ນ​ ເຮົາ​ຍັງ​ສາມາດ​ກຳນົດ​ຄຸນສົມບັດ​ໃຫ້​ກັບ​ຕາຕະລາງ​ໄດ້ ​ໂດຍ​ໃຊ້ attribute ຕ່າງໆ​ຄື:
1)  Attribute ທີ່​ໃຊ້​​ໃນ Tag <table> ມີ​ຄື:
-    align ສຳລັບ​ຈັດ​ຕຳ​ແໜ່​ງຊອງ​ຕາຕະລາງ ​ໂດຍ​ມີຄ່າ​ເທົ່າ​ກັບ left,center,right.
-    border ສຳລັບ​ກຳນົດ​ຄວາມ​ໜາຂອງ​ເສັ້ນຂອບ​ຕາຕະລາງ ມີຄ່າ​ເທົ່າ​ກັບ​ຕົວ​ເລກ(ມີຫົວໜ່ວຍ ​ເປັນ pixel ຫຼື %).
-    bordercolor ສຳລັບ​ກຳນົດ​ສີ​ເສັ້ນ​ຕາຕະລາງ ມີຄ່າ​ເປັນ ລະຫັດ​ສີ ຫຼື ຊື່​ສີ(ພາສາ​ອັງກິດ).
-    width ສຳລັບ​ກຳນົດ​ຄວາມ​ກວ້າງ​ຂອງ​ຕາຕະລາງ ມີ​ຄ່າ​ເປັນ​ຕົວ​ເລກ​(ຫົວໜ່ວຍ​ເປັນ pixel ຫຼື %)
-    bgcolor ສຳລັບ​ກຳນົດ​ສີ​ພື້ນ​ຫລັງ​ຂອງ​ຕາຕະລາງ ມີຄ່າ​ເປັນ ລະຫັດ​ສີ ຫຼື ຊື່​ສີ.
-    background ສຳລັບ​ກຳນົດ​ພື້ນຫຼັງ​ຂອງ​ຕາຕະລາງ​ໃຫ້​ເປັນ​ຮູບ​ພາບ ມີຄ່າ​ເປັນ ຊື່​ ​ແລະ ນາມສະກຸນ​ຂອງ​ຮູບ​ນັ້ນໆ.
-    cellspacing ກຳນົດ​ຊ່ອງ​ວ່າງ​ລະ​ຫວ່າງ​ຫ້ອງ​ຂອງ​ຕາຕະລາງ ມີຄ່າ​ເປັນ​ຕົວ​ເລກ.
-    cellpadding ກຳນົດ​ໄລຍະ​ຫ່າງ​ລະ​ຫວ່າງ​ຂໍ້ຄວາມ​ກັບ​ເສັ້ນ​ຂອບ​​ໃນ​ຫ້ອງ​ຕາຕະລາງ ມີຄ່າ​ເປັນ​ຕົວ​ເລກ(ຫົວ​ໝ່ວຍ​ເປັນ pixel ຫຼື %).
2)  Attribute ທີ່​ໃຊ້​​ໃນ Tag <tr> ມີ​ຄື:
-    align ສຳລັບ​ຈັດ​ຕຳ​ແໜ່​ງຂໍ້ຄວາມ​ໃນ​ຫ້ອງ​ຕາຕະລາງ​ຕາມ​ລວງ​ນອນມີຄ່າ​ເປັນ left,center,right.
-    valign ສຳລັບ​ຈັດ​ຕຳ​ແໜ່​ງຂໍ້​ມູນ​ໃນ​ຫ້ອງ​ຕາຕະລາງ​ຕາມ​ລວງ​ຕັ້ງ​ມີຄ່າ​ເປັນ top,middle,bottom.
-    bgcolor ​ສຳລັບ​ກຳນົດ​ສີ​ພື້ນ​ຂອງ​ແຖວ​ຕາຕະລາງ ມີຄ່າ​ເປັນ ລະຫັດ​ສີ ຫຼື ຊື່​ສີ.
3)  Attribute ທີ່​ໃຊ້​ໃນ Tag <td> ມີ​ຄື:
-    align ສຳລັບ​ຈັດ​ຕຳ​ແໜ່​ງຂໍ້ຄວາມ​ໃນ​ຫ້ອງ​ຕາຕະລາງ​ຕາມ​ລວງ​ນອນມີຄ່າ​ເປັນ left,center,right.
-    valign ສຳລັບ​ຈັດ​ຕຳ​ແໜ່​ງຂໍ້​ມູນ​ໃນ​ຫ້ອງ​ຕາຕະລາງ​ຕາມ​ລວງ​ຕັ້ງ​ມີຄ່າ​ເປັນ top,middle,bottom.
-    width ກຳນົດ​ຄວາມ​ກວ້າງ​ຂອງ​ຫ້ອງ​ຕາຕະລາງ ມີຄ່າ​ເປັນ​ຕົວ​ເລກ(​ຫົວໜ່ວຍ​ pixel ຫຼື %)​.
-    height ກຳນົດ​ຄວາມ​ສູງ​ຂອງ​ຫ້ອງ​ຕາຕະລາງ ມີຄ່າ​ເປັນ​ຕົວ​ເລກ(​ຫົວໜ່ວຍ​ pixel ຫຼື %)​.
-    colspan ການລວມຫ້ອງ​ຕາຕະລາງ​ຫຼາຍ​ຫ້ອງ​ເປັນ​ຫ້ອງ​ດຽວຕາມ​ຖັນ ມີຄ່າ​ເປັນ​ຕົວ​ເລກ.
-    rowspan ການ​ລວມຫ້ອງ​ຕາຕະລາງ​ຫຼາຍ​ຫ້ອງ​ເປັນ​ຫ້ອງ​ດຽວ​ຕາມ​ແຖວ ມີຄ່າ​ເປັນ​ຕົວ​ເລກ.
-    bgcolor ກຳນົດ​ສີ​ພື້ນ​ຫຼັງ​ຂອງ​ຫ້ອງ​ຕາຕະລາງ.

ຕົວຢ່າງ:
<table align="center" border="1" width="80%" bgcolor="#FFFF99">
  <tr>
    <th width="131">ລະຫັດພະນັກງານ</th>
    <th width="186">ຊື່ ແລະ ນາມສະກຸນ</th>
    <th width="135">ເງິນເດືອນ (ກີບ)</th>
  </tr>
  <tr>
    <td>001</td>
    <td>ທ່ານ ທອງດີ ມີໄຊ</td>
    <td>2,000,000 </td>
  </tr>
  <tr>
    <td>002</td>
    <td>ນາງ ຄຳສອນ ມີໂຊກ</td>
    <td>1,500,00</td>
  </tr>
</table>