ບົດທີ 9 ການເຊື່ອມໂຍງເວັບເພຈ
ການເຊື່ອມໂຍງເວັບເພຈ(Hyperlink) ແມ່ນການກຳນົດຂໍ້ຄວາມ ຫຼືຮູບພາບໃຫ້ເປັນຈູດຂອງການເຊື່ອມໂຍງໄປຍັງ
ເນື້ອຫາຕ່າງໆ ເຊິ່ງເນື້ອຫານັ້ນອາດຈະຢູ່ໃນໜ້າເວັບເພຈດຽວກັນໃນເວັບໄຊດຽວ ຫຼືເວັບເພຈທີ່ຢູ່ເວັບໃຊ້ອື່ນກໍ່ໄດ້
ໂດຍການເຂື່ອມໂຍງເວັບເພຈຈະມີ 2 ແບບຄື: ການເຊື່ອມໂຍງພາຍໃນເວັບເພຈດຽວກັນ,ການເຊື່ອມໂຍງພາຍໃນ
ເວັບໄຊດຽວກັນ,ການເຊື່ອມໂຍງໄປຍັງເວັບໄຊອື່ນ,ການເຊື່ອມໂຍງເພື່ອສົ່ງອີເມລ,ການເຊື່ອມໂຍງເພື່ອດາວໂຫຼດ
9.1 ການເຊື່ອມໂຍງພາຍໃນໜ້າເວັບເພຈດຽວກັນ.
ໃນໜ້າເວັບເພຈທີ່ມີການນຳສະເໜີຂໍ້ມູນເປັນຈຳນວນຫຼວງຫຼາຍໃນໜ້າເວັບດຽວ ເຮັດໃຫ້ໜ້າເວັບມີຄວາມຍາວ ແລະ
ເວລາເບິ່ງຂໍ້ມູນກໍ່ຕ້ອງໃຊ້ເມົ້າເລື່ອນແຖບເລື່ອນເພື່ອເບິ່ງຂໍ້ມູນ.
ນອກຈາກການໃຊ້ເມົ້າເລື່ອນແຖບເລື່ອນແລ້ວ ນັກອອກແບບເວັບເພຈອາດຈະສ້າງຈຸດການເຊື່ອມໂຍງໄວ້ໃນໜ້າເວັບ
ບ່ອນໃດບ່ອນໜຶ່ງທີ່ເໝາະສົມ ໂດຍການສ້າງຈະຕ້ອງກຳນົດ 2 ຢ່າງຄື: ຈຸດຕົ້ນທາງຂອງການເຊື່ອມໂຍງແລະປາຍທາງ
ການເຊື່ອມໂຍງເຊິ່ງມີວິທີການສ້າງດັ່ງນີ້:
9.1.1 ການສ້າງປາຍທາງຂອງການເຊື່ອມໂຍງ.
ເຮົາຈະໃຊ້ແທັກ(Tag)  ໂດຍເພີ່ມຄຳສັ່ງ(Attribute) ທີ່ຊື່ວ່າ name ແລ້ວກຳນົດຄ່າເປັນຊື່ປາຍທາງຂອງການ
ເຊື່ອມໂຍງ
9.1.2 ການສ້າງຕົ້ນທາງຂອງການເຊື່ອມໂຍງ.
ແມ່ນເຮົາຈະໃຊ້ແທັກ  ໂດຍການເພີ່ມຄຳສັ່ງ href ແລ້ວກຳນົດຄ່າເປັນຊື່ປາຍທາງຂອງການເຊື່ອມໂຍງພ້ອມກັບ
ພິມເຄື່ອງໝາຍ # ນຳໜ້າ
ຂໍ້ຄວາມທີ່ເປັນຈຸດການເຊື່ອມໂຍງ
ຕົວຢ່າງ:
HTML ແມ່ນຫຍັງ?
ໂຄງສ້າງຂອງພາສາ HTML ມີຄືແນວໃດ?
Tag ຄຳສັ່ງພາສາ HTML ມີຫຍັງແດ່?
HTML
ພາສາ HTML ຫຍໍ້​ມາ​ຈາກ HyperText Markup Language ​ເປັນ​ພາສາ​ຄອມ​ພິວ​ເຕີ​ອີກ​ພາສາໜຶ່ງທີ່​ມີ​​ໂຄງ
​ສ້າງ​ການ​ຂຽນ​ໂດຍ​ອາ​ໃສ​ຕົວ​ກຳກັບ(Tag) ​ເປັນ​ຕົວ​ຄວບ​ຄຸມ​ການສະ​ແດງ​ຜົນ​ຂໍ້ຄວາມ,ຮູບ​ພາບ,ອົງ​ປະກອບ​ອື່ນໆ​
ຜ່ານ​ໂປຣ​ແກຣມປະ​ເພດ ​ເວັບບຣາວ​ເຊີ.  ​ໃນ​ແຕ່ລະ Tag ອາດຈະ​ມີສ່ວນ​ຂະຫຍາຍ(Attribute)  ສຳ​ລັບ​ກຳນົດ
ຫລື  ຄວບ​ຄຸມ​ການສະ​ແດງ​ຜົນຂອງ​​ເວັບ​ໃຫ້​ເປັນ​ໄປ​ຕາມ​ທີ່​ຜູ້​ອອກ​ແບບ​ເວັບ​ໄຊ​ກຳນົດ​ໄວ້.
ໂຄງສ້າງຂອງພາສາ HTML
​ແລະ  ປິດ​ທ້າຍ​ດ້ວຍ​ເຄື່ອງໝາຍ​ໃຫຍ່​ກວ່າ “ > ” ​ເປັນ​ສ່ວນ​ທີ່​ເຮັດ​ໜ້າ​ທີ່​ຕົບ​ແຕ່ງ​ຂໍ້ຄວາມ​ເພື່ອ​ສະ​ແດງ​ຜົນ,​
ໂດຍ​ທົ່ວ​ໄປ​ຄຳ​ສັ່ງ​ພາສາ  HTML ຈະ​ຢູ່​ເປັນ​ຄູ່​,ມີ​ພຽງ​ບາງ​ຄຳ​ສັ່ງ​ເທົ່າ​ນັ້ນ​ທີ່​ມີ​ພຽງ​ຄຳ​ສັ່ງ​ດຽວ,​ໃນ​ແຕ່ລະ​ຄູ່​ຄຳ​ສັ່ງ​
ຈະ​ມີ​ຄຳ​ສັ່ງ​ເປີດ(Tag  ​ເປີດ) ​ແລະ ຄຳ​ສັ່ງ​ປິດ(Tag ປິດ)  ມີ​ຮູບ​ແບບ​ເໝືອນ​ກັນ​ ຕ່າງ​ແຕ່​​ໃນ​ສ່ວນ​ຂອງ
​ຄຳ​ສັ່ງ​ປິດ​ຈະ​ມີ​ເຄື່ອງໝາຍ /  ນຳ​ໜ້າ​ຄຳ​ສັ່ງ ​ແລະ  ​ໃນ​ແຕ່ລະ​ຄຳ​ສັ່ງ​ເປີດ​ອາດ​ຈະ​ມີ​ສ່ວນ​ຂະຫຍາຍ​ທີ່​ຂຽນ​ດ້ວຍ
​ຄຳ​ສັບ​ພາສາ​ອັງກິດ​ຕົວ​ພິມ​ນ້ອຍ  ຫຼື ພິມ​ໃຫຍ່​ກໍ່​ໄດ້
ບັນດາ Tag ຄຳ​ສັ່ງພື້ນຖານ​ຂອງ​ພາສາ HTML.
ກຳນົດ​ຫົວ​ຂໍ້​ເລື່ອງ(Headings).
ຜົນໄດ້ຮັບ