ບົດທີ 4 ຂັ້ນຕອນການສ້າງເອກະສານ HTML



-    ຂັ້ນ​ຕອນ​ທີ1: ​ເປີດ​ໂປຣ​ແກຣມ Notepad.
ກົດ​ປຸ່ມ Start > All Programs > Accessories > Notepad ​ແລ້ວ​ພິມ​ຄຳ​ສັ່ງ​ຕ່າງໆ.



-    ຂັ້ນ​ຕອນ​ທີ2: ບັນທຶກ​ເອກະສານ HTML ທີ່​ຂຽນ.
1)  ​ເລືອກ​ເມ​ນູ File > Save As.
2)  ຈະ​ປະກົດ​ໜ້າ​ຈໍ​ສຳລັບ​ກຳນົດ​ລັກສະນະ​ ​ແລະ​ຮູບ​ແບບ​ການ​ບັນ​ທຶກ​ຂຶ້ນ​ມາ.ໃນ​ຫ້ອງ File name ​ແມ່ນ​ໃຫ້​ຕັ້ງ​ຊື່​ເອກະສານ ​ໂດຍ​ຈະ​ຕ້ອງ​ກຳນົດ​ນາມສະກຸນ​ເປັນ .html ຕໍ່​ທ້າຍ ​ໂດຍ​ບໍ່​ຕ້ອງ​ມີ​ກາຍຍະ​ວ່າງ.
3)  ​ໃນ​ຫ້ອງ Save as type ​ໃຫ້​ເລືອກ​ເປັນ All files (*.*)
4)  ກົດ​ປຸ່ມ Save



-    ຂັ້ນ​ຕອນ​ທີ3: ສະ​ແດງ​ຜົນ​ຮັບ​ຜ່ານ​ໂປຣ​​ແກຣມ​ເວັບ​ບຣາວ​ເຊີ.
1)  ​ເປີດ​ໂປຣ​ແກຣມ Internet Explorer
ກົດ​ປຸ່ມ Start > All Programs > Internet Explorer
2)  ​ເລືອກ​ເມ​ນູ File > Open.
3)  ກົດ​ປຸ່ມ Browse..  ​ແລ້ວ​ເລືອກ​ເອກະສານ HTML ທີ່​ບັນທຶກ​ໄວ້.
4)  ກົດ​ປຸ່ມ Open
5)  ກົດ​ປຸ່ມ OK
 
 

  ຜົນໄດ້ຮັບ