ບົດທີ 2 ພື້ນຖານກ່ອນການຂຽນພາສາ HTML



HTML(Hyper Text Markup Language) ພັດທະນາ​ໂດຍທ່ານ ທີ​ມ ​ເບີ​ເນີ ລີ(Tim Berners Lee) ​​ເປັນ​ພາສາ​ໃຊ້​ຂຽນ​ເອກະສານ ​​ເພື່ອ​ສະ​ແດງ​ຜົນ​​ໃນໜ້າ​ຈໍ​ຄອມ​ພິວ​ເຕີ​ຜ່ານ​ໂປຣ​ແກຣມປະ​ເພດ ​Web Browser, ພາສາ HTML ​ເປັນ​ພາສາ​ຄຳ​ສັ່ງ​ຊະນິດ​ຄວບ​ຄຸມ​ການສະ​ແດງ​ຂໍ້ ມູນ​​ແບບກຣາບຟິກ ​ແລະ​ມີນາ​ມສະກຸນ​ເປັນ *.html
​​ໃນ​ປະຈຸ​ບັນ​ເຮົາ​ຈະ​ເຫັນ​ວ່າ​ ມີ​ເຄື່ອງມື​ຈຳນວນ​ຫຼວງ​ຫຼາຍ​ໃຫ້​ເລືອກ​ໃຊ້​ເພື່ອ​ສ້າງ​ ​ເວັບ​ເພ​ຈ ​ໂດ​ຍບໍ່​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ພາສາ​ໃດ​ພາສາ​ໜຶ່ງ​ກໍ່​ສາມາດ​ສ້າງ​ເວັບ​ເພ​ຈ​ໄດ້ ​ແນວ​ໃດ​ກໍ່ຕາມ ​ເຄື່ອງມືສຳ​ເລັດ​ຮູບ​ຕ່າງໆ​ນັ້ນ​ ຈະ​ສາມາດ​ເຮັດ​ໄດ້​ເທົ່າ​ທີ່​ໂປຣ​ແກຣມມີ​ໄວ້​ໃຫ້​ເທົ່າ​ນັ້ນ ​ແຕ່​ຖ້າ​ເຮົາ​ຕ້ອງການ​ປັບປຸງ ຫຼື​ປ່ຽນ​ແປງ​ລັກສະນະ​ຕ່າງໆ​ນອກ​ເໜືອ​ຈາກ​ທີ່​ໂປຣ​ແກຣມມີ​ນັ້ນ​ ​​ເຮົາ​ກໍ່​ບໍ່​ສາມາດ​ເຮັດ​ໄດ້​ຖ້າ​ບໍ່​ຮູ້​ພາສາ​ທີ່​ໃຊ້​ຂຽນ​ເວັບ​ເພ​ຈ ຫຼື​ເຮັດ​ໄດ້​ກໍ່​ຄົງ​ລຳບາກ​ສົມຄວນ.
​​ພາຍ​ໃນໂຄງ​ສ້າງ​ຂອງ​ເອກະສານ HTML ຈະ​ບໍ່​ມີ​ໃດໆ​ມາ​ກຳນົດ​ຍ້ອນ​ວ່າ​ ​ໂປຣ​ແກຣມປະ​ເພດ ​ເວັບ​ບຣາວ​ເຊີ​ຈະ​ເຫັນ​ອົງ​ປະກອບ​ທຸກ​ຢ່າງ​ໃນ​ໂປຣ​ແກຣມພາສາ HTML ທີ່​ຂຽນ​ຂຶ້ນ​ເປັນ​ເນື້ອ​ຫາ​ທັງ​ໝົດ ຍົກ​ເວັ້ນ​ໃນ​ສ່ວນ​ຫົວຈະ​ມີ​ການ​ກຳນົດພິ​ເສດ.


1.     ເວັບ​ໄຊ (Web Site).

ໝາຍ​ເຖິງ​ ​ເວັບ​ເພ​ຈ ຫຼາຍໆ​ໜ້າ​ທີ່​ມີ​ການ​ເຊື່ອມ​ໂຍງຫາ​ກັນ ສ່ວນຫຼາຍ​ເວັບ​ໄຊ​ມັກ​ຈະ​ສ້າງຂຶ້ນ​ເພື່ອ​ນຳ​ສະ​ເໜີ​ຂໍ້​ມູນຜ່ານ​ຄອມ​ພິວ​ເຕີ ​ໂດຍ​ຖືກ​ກັບ​ຮັກສາ​ໄວ້​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ,​ເວັບ​ໄຊ​ທົ່ວ​ໄປ​ຈະ​ໃຫ້​ບໍລິການຟຣີ​ຕໍ່​ຜູ້​ໃຊ້ ​ແຕ່​ບາງ​ເວັບ​ໄຊ​ກໍ່​ຈຳ​ເປັນ​ຕ້ອງ​ມີ​ການ​ສະໝັກ​ສະມາຊິກ ​ແລະ​ເສຍ​ຄ່າ​ໃຊ້​ຈ່າຍ​ຈຳນວນ​ໜຶ່ງ​ເພື່ອ​ຂໍ​ເບິ່ງ​ຂໍ້​ມູນ. ​ການ​ສ້າງເວັບ​ໄຊ​ມີ​ຫຼາຍລະດັບ​ຕັ້ງ​ແຕ່​ເວັບ​ໄຊ​ສ່ວນ​ຕົວ ຈົນ​ເຖິງ​ລະ​ດັບ​ເວັບ​ໄຊ​ສຳລັບ​ທຸລະ​ກິດ ຫຼື​ອົງການ​ຕ່າງໆ ການ​ຂໍ້​ເບິ່ງ​ຂໍ້​ມູນ​​ເວັບ​ໄຊຈະ​ໃຊ້​ໂປຣ​ແກຣມປະ​ເພດ ​ເວັບ​ບຣາວ​ເຊີ.

2.    ​ເວັບ​ບຣາວ​ເຊີ (Web Browser).

            ​ເປັນ​ໂປຣ​ແກຣມຄອມ​ພິວ​ເຕີທີ່​ໃຊ້​ເປີດ​ເບິ່ງ​ເວັບ​ໄຊ ​​ເພື່ອ​ເບິ່ງ​ຂໍ້​ມູນ ແລະ​ສາມາດ​ໂຕ້​ຕອບ​ກັບ​ຂໍ້​ມູນ​ຂ່າວສານ​​ໃນ​ໜ້າ​ເວັບ​ທີ່​ສ້າງ​ດ້ວຍ​ພາສາ​ສະ​ເພາະ​ທີ່​ມີ​ການ​ເກັບ​ຮັກສາ​ໄວ້​ໃນ​ລະບົບ​ບໍລິການ​ເວັບ ຫຼື​ເວັບ​ເຊິ​ບ​ເວີ(Web Server) ຫຼື​ລະບົບ​ຄັງ​ຂໍ້​ມູນ​ອື່ນໆ ​ໂດຍ​ໂປຣ​ແກຣມ​ ​ເວັບ​ບຣາວ​ເຊີ ຈະ​ເປັນ​ຄື​ກັບ​ສື່​ໃນ​ການ​ຕິດ​ຕໍ່​ກັບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ຕົວຢ່າງ​ໂປຣ​ແກຣມປະ​ເພດ ​ເວັບ​ບຣາວ​ເຊີ​ ​ໄດ້​​ແກ່:

1)     ອິນ​ເຕີ​ເນັດ​ເອັກສ​ໂປຣ​ເລີ(Internet Explorer) ​ໂດຍ​ບໍລິສັດ ​ໄມ​ໂຄຣຊອບ(Microsoft).
2)    ມໍ​ຊິ​ລາ ​ໄຟ​ຟັອກ(Mozilla Firefox) ​ໂດ​ຍ ມູນ​ລະ​ນິທິ ມໍ​ຊິ​ລາ.
3)    ​ເນັດ​ສ​ເຄັບ ນາ​ວີ​ເກ​ເຕີ(Netscape Navigator) ​ໂດຍ​ບໍລິສັດ ນາວີ​ເກ​ເຕີ.
4)    ຊາ​ຟາ​ຣິ(Safari) ​ໂດຍ​ບໍລິສັດ ​ແອັບ​ເປິ້ນ ຄອມ​ພິວ​ເຕີ.
5)    ​ໂອ​ເປ​ຣາ(Opera) ​ໂດຍ​ບໍລິສັດ ​ໂອ​ເປຣາ.



3.    ການສະ​ແດງ​ຜົນ​ໃນ​ໂປຣ​ແກຣມ ​ເວັບ​ບຣາວ​ເຊີ.
​ເອກະສານ​ພາສາ HTML ​ເປັນ​ຂໍ້ຄວາມ(Text) ທຳ​ມະ​ດາ​ທີ່​ມີນາ​ມສະກຸນ​ .html ​ເວລາ​ເຮົາ​ຂຽນ​ຄຳ​ສັ່ງ​ຕ່າງໆ​​ໃນ​ໂປຣ​ແກຣມ Notepad ​ແລ້ວ​ບັນທຶກ​ໃຫ້​ເປັນ​ນາມສະກຸນ​ດັ່ງກ່າວ ​ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ບໍ່​ສາມາດ​ສະ​ແດງ​ຜົນ​ໄດ້.
4.    URL(Uniform Resource Locator).
 ​ເປັນ​ລະບົບມາດຕະຖານ​ທີ່​ໃຊ້​ກຳນົດ​ຕຳ​ແໜ່​ງບ່ອນ​ຢູ່​ຂອງ​ເວັບ​ເພ​ຈ​ແຕ່ລະ​ໜ້າ ​ເຊິ່ງຈະ​ຢູ່​ໃນ​ຮູບ​ແບບ​ເຊັ່ນ: http://www.vihatec.edu.la
http(Hyper Text Transfer Protocol) ​ເປັນ​ການ​ກຳນົດ​ລັກສະນະ​ການ​ສື່ສານ​ລະວ່າງ​ໂປຣ​ແກຣມ ​ເວັບ​ບຣາວ​ເຊີ ​ແລະ ​ເວັບ​ເຊິ​ບ​ເວີ.
www(World Wide Web) ໝາຍ​ເຖິງ ​ບ່ອນ​ທີ່​ເກັບ​ຮັກສາ​ຂໍ້​ມູນ​ຂ່າວສານ​ທີ່​ເຊື່ອມ​ໂຍງ​ກັນ​​ໃນ​ອິນ​ເຕີ​ເນັດ.
Vihatec.edu.la ໝາຍ​ເຖິງ ຊື່​ໂດ​ເມນ ທີ່​ໃຊ້​ແທນ​ໝາຍ​ເລກ​ທີ່ຢູ່​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ.
.edu.la ສຳລັບ​ອົງ​ກນ​ດ້ານ​ການ​ສຶກສາທີ່​ຈົດ​ຖຸບຽນ​ໃນ​ປະ​​ເທດ​ລາວ.
.com ຫຍໍ້​ມາ​ຈາກ commercial ໝາຍ​ເຖິງ ການ​ຄ້າ,ບໍລິສັດ,ອົງ​ກອນ.
.net ​ຫຍໍ້​ມາ​ຈາກ network ສຳລັບ​ອົງ​ກອນ​ທີ່​ກ່ຽວຂ້ອງ​ກັບ​ລະບົບ​ເຄືອ​ຂ່າຍ​ຄອມ​ພິວ​ເຕີ.
.org ຫຍໍ້​ມາ​ຈາກ organization ສຳລັບ​ອົງ​ກອນ​ທີ່​ບໍ່​ຫວັງ​ຜົນ​ກຳ​ໄລ.
.gov ສຳລັບ​ອົງການ​ລັດຖະບານ.
.com.la ອົງ​ກອນ​ທາງ​ທຸລະ​ກິດ​ທີ່​ຂຶ້ນ​ຖະບຽນ​ໃນ​ປະ​ເທດ​ລາວ.


5.    ສິ່ງ​ທີ່​ຕ້ອງ​ກະກຽມ​ເມື່ອ​ຕ້ອງການ​ຂຽນ​ເວັບ​​ໄຊ.
ກ່ອນ​ຈະ​ລົງມື​ຂຽນ​ໂປຣ​ແກຣມພາສາ HTML ​ເພື່ອ​ສ້າງ​ເວັບ​ເພ​ຈ​ໄດ້​ນັ້ນຕ້ອງ​ກວດກາ​ຄວາມ ພ້ອມ​ດ້ານ​ອຸປະກອນ,​ເຄື່ອງມື​ສຳລັບ​ການ​ສ້າງ​ວ່າ​ມີ​ຄົບ​ຫຼື​ບໍ່ ​ເຊັ່ນ:
-    ​ຄອມ​ພິວ​ເຕີ CPU 486 ຫຼື Pentium ຂຶ້ນ​ໄປ.
-    ໜ່ວຍ​ຄວາມ​ຈຳ​ຫຼັກຫຼາຍ​ກວ່າ 8 MB.ເນື້ອ​ທີ່​ຂອງ Harddisk ຫຼາຍ​ກວ່າ 20 MB.
-    ​ໂປຣ​ແກຣມປະ​ເພດ ​ເວັບ​ບຣາວ​ເຊີ.
-    ​ໂປຣ​ແກຣມ Notepad,EditPus,Microsoft Office FrontPage,Macromedia Dreamweaver,ອື່ນໆ​ທີ່​ກ່ຽວຂ້ອງ ​ແລະ​ເໝາະ​ສົມ.