HTML(Hyper Text Markup
Language) ພັດທະນາໂດຍທ່ານ ທີມ ເບີເນີ ລີ(Tim Berners Lee) ເປັນພາສາໃຊ້ຂຽນເອກະສານ
ເພື່ອສະແດງຜົນໃນໜ້າຈໍຄອມພິວເຕີຜ່ານໂປຣແກຣມປະເພດ Web
Browser, ພາສາ HTML ເປັນພາສາຄຳສັ່ງຊະນິດຄວບຄຸມການສະແດງຂໍ້
ມູນແບບກຣາບຟິກ ແລະມີນາມສະກຸນເປັນ *.html
ໃນປະຈຸບັນເຮົາຈະເຫັນວ່າ
ມີເຄື່ອງມືຈຳນວນຫຼວງຫຼາຍໃຫ້ເລືອກໃຊ້ເພື່ອສ້າງ ເວັບເພຈ
ໂດຍບໍ່ຈຳເປັນຕ້ອງມີຄວາມຮູ້ກ່ຽວກັບພາສາໃດພາສາໜຶ່ງກໍ່ສາມາດສ້າງເວັບເພຈໄດ້
ແນວໃດກໍ່ຕາມ ເຄື່ອງມືສຳເລັດຮູບຕ່າງໆນັ້ນ
ຈະສາມາດເຮັດໄດ້ເທົ່າທີ່ໂປຣແກຣມມີໄວ້ໃຫ້ເທົ່ານັ້ນ
ແຕ່ຖ້າເຮົາຕ້ອງການປັບປຸງ
ຫຼືປ່ຽນແປງລັກສະນະຕ່າງໆນອກເໜືອຈາກທີ່ໂປຣແກຣມມີນັ້ນ
ເຮົາກໍ່ບໍ່ສາມາດເຮັດໄດ້ຖ້າບໍ່ຮູ້ພາສາທີ່ໃຊ້ຂຽນເວັບເພຈ
ຫຼືເຮັດໄດ້ກໍ່ຄົງລຳບາກສົມຄວນ.
ພາຍໃນໂຄງສ້າງຂອງເອກະສານ HTML ຈະບໍ່ມີໃດໆມາກຳນົດຍ້ອນວ່າ
ໂປຣແກຣມປະເພດ ເວັບບຣາວເຊີຈະເຫັນອົງປະກອບທຸກຢ່າງໃນໂປຣແກຣມພາສາ HTML
ທີ່ຂຽນຂຶ້ນເປັນເນື້ອຫາທັງໝົດ ຍົກເວັ້ນໃນສ່ວນຫົວຈະມີການກຳນົດພິເສດ.