ບົດທີ 8 ການກຳນົດສີພື້ນຫຼັງ ແລະການໃສ່ຮູບໃນໜ້າເວັບ


  1. ການ​ກຳນົດ​​ພື້ນ​ຫຼັງ​ໜ້າ​ເວັບ.
ການ​ກຳນົດ​ສີ​ພື້ນ​ຫຼັງ​ຂອງ​ເວັບ​​ເພ​ຈ ຈະ​ກຳນົດ​ຄຸ​ນສົມບັດຊື່ bgcolor ​ໄວ້​ພາບ​ໃນ​ແທັກ <body> ​ແລ້ວ​ກຳນົດ​ຄ່າ​ໃຫ້​ເທົ່າ​ກັບ ຊື່​ສີ ຫຼື​ລະຫັດ​ສີ ​ເຊິ່ງມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້:

<body bgcolor="ຊື່​ສີ ຫຼື​ລະຫັດ​ສີ">

ຕົວຢ່າງ:
<html>
<head><title>ການໃສ່ສີພື້ນຫຼັງໃຫ້ກັບໜ້າເວັບ</title></head>
<body bgcolor="yellow">
ສີພື້ນຫຼັງໜ້າເວັບຈະເປັນສີເຫຼືອງ
</body>
</html>

ການ​ໃສ່​ຮູບ​ພາບ​ເປັນພື້ນ​ຫຼັງ​ຂອງ​ໜ້າ​ເວັບ​ເພ​ຈ ​ແມ່ນ​ຈະ​ໃຊ້​ຄຸ​ນສົມບັດ background ​ໄວ້​ພາຍ​ໃນ <body> ​ແລ້ວ​ກຳນົດ​ຄ່າ​ເປັນ​ຊື່​ຫຼື​ທີ່ຢູ່​ຮູບ ​ເຊິ່ງມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້:

<body background="ຊື່​ທີ່ຢູ່​ຂອງ​ຮູບ">

ຕົວ​ຢ່າງ:
<html>
<head><title>ກຳນົດຮູບພາບເປັນພື້ນຫຼັງໜ້າເວັບ</title></head>
<body background="bg_1.jpg">
ພື້ນຫຼັງໜ້າເວັບຈະເປັນຮູບພາບ
</body>
</html>
  1. ການ​ນຳ​ໃຊ້​ຮູບ​ພາບ.
ຮູບ​ພາບ​ທີ່​ນຳ​ມາ​​ໃຊ້​ໃນ​ອິນ​ເຕີ​ເນັດ​ຄວນ​​ເປັນ​ພາບ​ທີ່​ມີນາ​ມສະກຸນ .GIF ​ຫຼື .JPG ​ເທົ່າ​ນັ້ນ ​ໂດຍ​ມີ​ຫຼັກການ​ພິຈາລະນາ​ເລືອກ​ຄື: ພາບ​ທີ່​ມີ​ສີ​ນ້ອຍ​ ຫຼື​ພາບ​ທີ່​ຕ້ອງການ​ເຮັດ​ໃຫ້​ພື້ນ​ຫຼັງ​ໂປ່​ງ​ໃສ​ຄວນ​ ບັນທຶກ​ເປັນ​ນາມສະກຸນ .GIF ​ແລະ ກຳນົດ​ຄ່າ​​ເພີ່ມ​​ເຕີມ(Option) ​ເປັນ Interlaced ໝາຍຄວາມ​ວ່າ ​ໃນ​ການສະ​ແດງ​ພາບຈະ​ຄ່ອຍໆ​ຊັດ​ເຈນ​ຂຶ້ນ​ມາ. ​ແຕ່​ຖ້າ​ຕ້ອງການ​ພາບ​ທີ່​ມີ​ຄວາມ​ລະອຽດ,ຊັດ​​ເຈນ​ຄວນ​ເລືອກ​ພາບ​ທີ່​ມີນາ​ມສະກຸນ​ .JPG ​ການ​ນຳ​ຮູບ​ພາບ​ມາ​ປະກອບ​ໃນ​ໜ້າ​ເວັບ​ມີ​ຮູບ​ແບບ​
ການ​ຂຽນ​ດັ່ງ​ນີ້:

<img src="ຊື່​ຮູບ​ທີ່​ເປັນ​ນາມສະກຸນ ​.GIF ຫຼື .JPG">
      
ນອກຈາກ​ນັ້ນ​ເຮົາ​ຍັງ​ສາມາດ​ກຳນົດ​ຄຸນ​ລັກສະນະ​ໃຫ້​ກັບ​ຮູບ​ພາບ​​ໄດ້​ ເພື່ອ​ໃຫ້​ຮູບ​ພາບ​ສາ ມາດສະແດງ​ຮ່ວມ​ກັບ​ຂໍ້ຄວາມ ​ແລະ​ເຮັດ​ໃຫ້​ໜ້າ​ເວັບ​ມີ​ຄວາມ​ໜ້າ​ສົນ​ໃຈ​ຂຶ້ນ​ຕື່ມດ້ວຍ​ການ​ເພີ່​ຄຸນ​ລັກສະນະ​ຕ່າງໆ​ດັ່ງ​ລຸ່ມ​ນີ້​ໄວ້​ພາຍ​ໃນ <img>.
align=top ​ເປັນ​ການ​ກຳນົດ​ໃຫ້​ຂໍ້ຄວາມ​ສະ​ແດງ​ຢູ່​ເທິງ​ຮູບ.
align=middle ​ເປັນ​ການ​ກຳນົດ​ຂໍ້ຄວາມ​ສະ​ແດງ​ຢູ່​ເຄິ່ງກາງ​ຂອງ​ຮູບ.
align=bottim ​ເປັນ​ກາ​ນກຳນົດ​ຂໍ້ຄວາມ​ສະ​ແດງ​ຢູ່​ດ້ານ​ລຸ່ມ​ຂອງ​ຮູບ.
align=left ​ເປັນ​ການ​ກຳນົດ​ຂໍ້ຄວາມ​ສະ​ແດງ​ຢູ່​ເບື້ອງ​ຊ້າຍ​ຂອງ​ຮູບ.
align=right ​ເປັນ​ການ​ກຳນົດ​ຂໍ້ຄວາມ​ສະ​ແດງ​ຢູ່​ເບື້ອງ​ຂວາ​ຂອງ​ຮູບ.
width ກຳນົດ​ຂະໜາດຄວາມ​ກວ້າງຂອງ​ຮູບ ​ມີຄ່າ​ເປັນ​ຕົວ​ເລກ.
height ກຳນົດ​ຄວາມ​ສູງ​ຂອງ​ຮູບ ມີຄ່າ​ເປັນ​ຕົວ​ເລກ.
hspace ​ເປັນ​ການ​ກຳນົດ​ໄລຍະ​ຫ່າງ​ລະ​ວ່າງ​ຂອບ​ດ້ານ​ຊ້າຍ​ຂອງ​ຮູບ​ກັບ​ຂໍ້ຄວາມ.
vspace ​ເປັນ​ການ​ກຳນົດ​ໄລຍະ​ຫ່າງ​ລະ​ວ່າງ​ຂອບ​ດ້ານ​ເທິງ​ຂອງ​ຮູບ​ກັບ​ຂໍ້ຄວາມ.
border ​ເປັນ​ການ​ກຳນົດ​ເສັ້ນ​ຂອບ​ຂອງ​ຮູບ.

ຕົວຢ່າງ:
<html>
<head><title>Test HTML 2</title></head>
<body leftmargin="0" topmargin="0">
<marquee behavior="alternate" scrolldelay="500">ສະບາຍດີ</marquee>
<hr color="red">
<img src="koala.jpg" width="200" border="1" align="left" hspace="10">
align=top ເປັນການກຳນົດໃຫ້ຂໍ້ຄວາມສະແດງຢູ່ເທິງຮູບ.<br>
align=middle ເປັນການກຳນົດຂໍ້ຄວາມສະແດງຢູ່ເຄິ່ງກາງຂອງຮູບ.<br>
align=bottim ເປັນການກຳນົດຂໍ້ຄວາມສະແດງຢູ່ດ້ານລຸ່ມຂອງຮູບ.
</body>
</html