ບົດທີ 12 ການສ້າງແບບຟອມ(Form)

ແບບຟອມທີ່ສ້າງຂຶ້ນໃນເວັບໄຊແມ່ນເພື່ອໃຊ້ສຳລັບການຮັບ-ສົ່ງຂໍ້ມູນຈາກລະຫວ່າງຜູ້ໃຊ້ ແລະເຈົ້າຂອງເວັບໄຊ 
ແບບຟອມຕ່າງໆ​ທີ່​ພົບ​ເຫັນ​​ໃນ​ເວັບ​ໄຊ​ ​ເຊັ່ນ ​ແບບ​ສອບ​ຖາມ,​ໃບ​ສັ່ງ​ຊື້,ການ​ລົງ​ຖະບຽນເປັນ​ສະມາຊິກ,
ສະໝຸດ​ຢ້ຽມຢາມ,ສະ​ແດງ​ຄວາມ​ຄິດ​ເຫັນ ​ເປັນ​ຕົ້ນ.


​ໂດຍ​ປົກກະຕິ​ແລ້ວ​ ການ​ບັນທຶກ​ຂໍ້​ມູນ​ຈາກ​ແບບ​ຟອມຈະ​ໃຊ້​ໂປຣ​ແກຣມປະ​ເພດ Server Script 
​ເຊັ່ນ APS,PHP, ອື່ນໆ.
Tag ຄຳ​ສັ່ງ​ໃນ​ການ​ສ້າງ form ມີ​ດັ່ງ​ນີ້:
<form name= “ຊື່​ແບບຟອມ” method= “post/get” action= “URL” target= “ການສະ​ແດງ”>
   ຊ່ອງຮັບຂໍ້ມູນປະເພດຕ່າງໆ...
   ......
</form>
​ເຊິ່ງພາຍ​ໃນ form ຈະ​ມີ​ອົງ​ປະກອບທີ່​ເປັນ​ຊ່ອງ​ຮັບ​ຂໍ້​ມູນ​ຢູ່ 3 ປະ​ເພດ​ ຄື: 
12. ຊ່ອງ​ຮັບ​ຂໍ້​ມູນ​ປະເພດ Input.
ເປັນຮູບແບບທີ່ມີໄວ້ສຳລັບກຳນົດຮູບແບບຂອງຊະນິດຂໍ້ມູນທີ່ຈະນຳເຂົ້າໄປໃນແບບຟອມ ເຊິ່ງມີຮູບແບບການນຳໃຊ້
6 ຮູບແບບ ຄືດັ່ງຕໍ່ໄປນີ້:
12.1 ຊ່ອງຮັບຂໍ້ມູນແບບ text.
ເປັນຮູບແບບທີ່ມີລັກສະນະເປັນຂໍ້ຄວາມ ມີຮູບແບບການຂຽນດັ່ງນີ້:

<form>ຂໍ້ມູນທີ່ຕ້ອງການສະແດງຜົນ
<input name="ຊື່ຊ່ອງຮັບຂໍ້ມູນ" type="ຮູບແບບຊ່ອງຮັບຂໍ້ມູນ" size="ຄວາມຍາວຂອງຊ່ອງຮັບຂໍ້ມູນ"
     maxlength="ຈຳນວນຕົວອັກສອນ" value="ຊື່ຫຍໍ້ຂອງຂໍ້ມູນ">
</form>

ຕົວຢ່າງ: 
<form>
   username:<input type="text" name="user" size="25" maxlength="12">
</form> 

ຜົນໄດ້ຮັບ




12.2 ຊ່ອງຮັບຂໍ້ມູນແບບ password.
ເປັນການຮັບຂໍ້ມູນຄ້າຍຄືກັບ text ແຕ່ຈະສະແດງຂໍ້ຄວາມເປັນລະຫັດແທນຕົວອັກສອນ ເຊິ່ງມີຮູບແບບການຂຽນດັ່ງນີ້:

ຕົວຢ່າງ: 
<form>
   password:<input type="password" name="pwd" size="24" maxlength="12">
</form> 

ຜົນໄດ້ຮັບ



12.3 ຊ່ອງຮັບຂໍ້ມູນແບບ checkbox.
ເປັນຂໍ້ມູນທີ່ມີລັກສະນະເປັນຕົວເລືອກ ຈະສະແດງຜົນເປັນບັອກສີ່ຫຼ່ຽມ ແລະສາມາດເລືອກໄດ້ຫຼາຍຕົວເລືອກດ້ວຍການ
ໃຊ້ເມົ້າຄລິກໃສ່ລາຍການທີ່ຕ້ອງການ ເຊິ່ງມີຮູບແບບການຂຽນດັ່ງນີ້:

<form>
  <input type="checkbox" name="ຊື່ຂອງຂໍ້ມູນທີ1" value="ຄ່າຂໍ້ມູນທີ1ທີ່ຈະສົ່ງໄປ">ຂໍ້ມູນທີ່ຕ້ອງການສະແດງ
  <input type="checkbox" name="ຊື່ຂອງຂໍ້ມູນທີ2" value="ຄ່າຂໍ້ມູນທີ2ທີ່ຈະສົ່ງໄປ">ຂໍ້ມູນທີ່ຕ້ອງການສະແດງ
</form>

ຕົວຢ່າງ:
<form>ລະດັບການສຶກສາ:
  <input type="checkbox" name="tech" value="technical">ວິຊາຊີບຊັ້ນກາງ
  <input type="checkbox" name="high" value="higher">ວິຊາຊີບຊັ້ນສູງ
</form>

ຜົນໄດ້ຮັບ




12.4 ຊ່ອງຮັບຂໍ້ມູນແບບ radio.
ຂໍ້ມູນທີ່ມີລັກສະນະເປັນຕົວເລືອກ ໂດຍຈະສະແດງເປັນຮູບວົງມົນນ້ອຍໆ ເພື່ອໃຫ້ເລືອກແລະສາມາດເລືອກໄດ້ພຽງ
ຕົວເລືອກດຽວ ສັງເກດຮູບແບບການຂຽນດັ່ງລຸ່ມນີ້:
<form>
  <input type="radio" name="ຊື່ຂໍ້ມູນ1" value="ຄ່າຂອງຂໍ້ມູນທີ່ຈະສົ່ງ">ຂໍ້ມູນທີ່ຕ້ອງການສະແດງ
  <input type="radio" name="ຊື່ຂໍ້ມູນ2" value="ຄ່າຂອງຂໍ້ມູນທີ່ຈະສົ່ງ">ຂໍ້ມູນທີ່ຕ້ອງການສະແດງ
</form>

ຕົວຢ່າງ:
<form>ເລືອກເພດ:
  <input type="radio" name="f" value="female">ແມ່ຍິງ
  <input type="radio" name="m" value="male">ຜູ້ຊາຍ
</form>

 ຜົນໄດ້ຮັບ





12.5 ຊ່ອງຮັບຂໍ້ມູນແບບ submit ແລະ reset.
ແມ່ນຊ່ອງຮັບຂໍ້ມູນທີ່ເປັນປຸ່ມ ໃຊ້ໄວ້ສຳລັບກົດເພື່ອສົ່ງຂໍ້ມູນ(submit)ໄປຍັງ ເຊີບເວີ ແລະເປັນປຸ່ມເພື່ອລຶບຂໍ້ມູນ
ທັງໝົດທີ່ປ້ອນໄວ້ໃນແບບຟອມ(reset) ໂດຍມີຮູບແບບການຂຽນດັ່ງລຸ່ມນີ້:

<form>
  <input type="submit" value="ຄ່າຂອງຂໍ້ມູນທີ່ປະກົດເທິງປຸ່ມ">
  <input type="reset" value="ຄ່າຂອງຂໍ້ມູນທີ່ປະກົດເທິງປຸ່ມ">
</form>

ຕົວຢ່າງ:
<form>  
username:<input type="text" name="user" size="25" maxlength="12"> <br>
password:<input type="password" name="pwd" size="24" maxlength="12"><br> 
  <input type="submit" value="ສົ່ງຂໍ້ມູນ">
  <input type="reset" value="ຍົກເລີກ">
</form>

 ຜົນໄດ້ຮັບ