ບົດທີ 6 ການກຳນົດລັກສະນະຕົວອັກສອນ



  1. ຮູບ​ແບບ​ການ​ກຳນົດັກ​ສະ​ນະ​ຕົວ​ອັກສອນ.
ຄຳ​ສັ່ງ
ຄຳ​​ອະທິບາຍ
<b> ….. </b>
ຕົວ​ໜາ
<i> …… </i>
ຕົວ​ເນື້ງ
<u> …. </u>
ຂີດ​ກ້ອງ​ຕົວ​ໜັງສື
<tt> …. </tt>
ຕົວ​ອັກສອນ​ພິມ​ດິດ
<s> ….. </s>
ຕົວ​ອັກສອນ​ຂີດຂ້າ
<sup> ….. </sup>
ຕົວ​ອັກສອນ​ຂຶ້ນ​ກຳລັງ
<sub> ….. </sub>
ຕົວ​ອັກສອນ​ຫ້ອຍ

ຕົວຢ່າງ:

<html>
<head>
<title>ກຳນົດ​ລັກສະນະ​ຕົວ​ອັກສອນ</title>
</head>
<body>
<b>ຕົວ​ອັກສອນ​ເຂັ້ມ</b><br>
<I>ຕົວ​ເນີ້ງ</I><br>
<u>ຕົວ​ອັກສອນ​ຂີດ​ກ້ອງ</u><br>
<tt>ຕົວ​ພິມ​ດີ</tt><br>
<s>ຕົວ​ອັກສອນ​ຂີດຂ້າ</s><br>
<sup>ຂຶ້ນ​ກຳລັງ</sup><br>
<sub>ຕົວ​ຫ້ອຍ</sub><br>
</body>
</html>
 

  1. ກຳນົດຮູບ​ແບບ​ຕົວ​ອັກສອນ.
​​​ເຮົາ​ສາມາດ​ກຳນົດ​ຮູບ​ແບບ​ຕົວ​ອັກສອນໄດ້​ດ້ວຍຄຸນສົມບັດ​ຊື່ວ່າ face ​​ແລ້ວ​ກຳນົດ​ຄ່າ​ໃຫ້​ເທົ່າ​ກັບ​ຮູບ​ແບບ​ຕົວ​ອັກສອນ​ທີ່​ເຮົາ​ຕ້ອງການ ​ເອກະສານ​ໃນ​ເວັບ​ອະນຸຍາດ​ໃຫ້​ກຳນົດ​​ແບບ​ຕົວ​ອັກ ສອນ​ໄດ້​ຫຼາຍ​ແບບ ​ໂດຍ​ບຣາວ​ເຊີ​ຈະ​ມີ​ການກວດ​ສອບ​ໃຫ້​ອັດຕະ​ໂນ​ມັດ.
§  ຮູບ​ແບບ​ຕົວ​ອັກສອນ​ພາສາ​ລາວ​ທີ່​ເໝາະ​ສົມ​ໄດ້​​ແກ່: saysettha OT
§  ຮູບ​ແບບ​ຕົວ​ອັກສອນ​ພາສາ​ອັງກິດ​ທີ່​ເໝາະ​ສົມ​ຄື: Arial,Helvetica,..
ຮູບ​ແບບ​ຄຳ​ສັ່ງ: <font face="ຮູບ​ແບບ​ອັກສອນ">welcome to my site</font>
ຕົວ​ຢ່າງ:
<html>
<head>
<title>ການກຳນົດຮູບແບບອັກສອນ</title>
</head>
<body>
<center>ການກຳນົດແບບຕົວອັກສອນ</center>
<font face="Arial">Arial Font</font><br>
<font face="saysettha OT"> ຕົວອັກສອນພາສາລາວໃນແບບ saysetthaOT</font><br>
</body>
</html>
  1. ການກຳນົດ​ຕົວ​ອັກສອນ​ເປັນ​ຫົວ​ຂໍ້​ເລື່ອງ(Heading).
ມີ​ຮູບ​ແບບ​ຄຳ​ສັ່ງ: <Hn> ຂໍ້ຄວາມ </Hn>
      ຂໍ້ຄວາມ​ລັກສະນະ​ຫົວ​ເລື່ອງ​ຈະ​ຄວບ​ຄຸມ​ດ້ວຍ​ແທັກ <Hn> ​ໂດຍ
n  ​ແມ່ນ​ຕົວ​ເລກ​ສະ​ແດງ​ຂະໜາດ​ຂອງ​ຕົວ​ອັກສອນ ​ເຊິ່ງຄ່າ​ຂອງ n ຈະ​ມີຄ່າ​ແຕ່ 1 – 6
ຕົວຢ່າງ:
<H1> ຕົວອັກສອນຫົວເລື່ອງມີຂະໜາດ- H1</H1>
<H2>ຕົວອັກສອນຫົວເລື່ອງມີຂະໜາດ- H2</H2>
<H3>ຕົວອັກສອນຫົວເລື່ອງມີຂະໜາດ- H3</H3>
<H4>ຕົວອັກສອນຫົວເລື່ອງມີຂະໜາດ- H4</H4>
<H5>ຕົວອັກສອນຫົວເລື່ອງມີຂະໜາດ- H5</H5>
<H6>ຕົວອັກສອນຫົວເລື່ອງມີຂະໜາດ- H6</H6>
  1. ການ​ກຳນົດ​ຂະໜາດ​ຕົວ​ອັກສອນ.
ຖ້າ​ເຮົາ​ຕ້ອງການ​ກຳນົດ​ຂະໜາດ​ຕົວ​ອັກສອນ​ ກໍ່​ຈະ​ມີ 7 ຂະໜາດ ຄື: 1 – 7 ​ໂດຍ​ລຽງ​ຈາກ​ນ້ອຍ​ໄປ​ຫາ​​ໃຫຍ່ ມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້:
ຮູບ​ແບບການ​ຂຽນ: <font size="ຂະໜາດ​ຕົວ​ອັກສອນ​ທີ່​ຕ້ອງການ">ຂໍ້ຄວາມ</font>
  1. ການກຳນົດ​ສີ​ຕົວ​ອັກສອນທັງ​ໝົດ​ໃນ​ເວັບ​ເພ​ຈ.
ການ​ກຳນົດ​ສີ​ຕົວ​ອັກສອນ​​ທັງ​ໝົດ​ໃນ​ໜ້າ​ເວັບ​ນີ້​ຈະ​ເຮັດ​ໄດ້​ດ້ວຍ​ການ​ກຳນົດ​ຄຸນ​ລັກສະນະ text ​ໄວ້​ພາຍ​ໃນ <body> ມີ​ຮູບ​ແບບ​ການ​ຂຽນ​ດັ່ງ​ນີ້:
<body text="ຊື່​ສີ ຫຼື​ລະຫັດ​ສີ">
  1. ການກຳນົດ​ສີ​ຕົວ​ອັກສອນ​ສະ​ເພາະ.
ໝາຍ​ເຖິງ ຄຳ​ສັ່ງ​ທີ່​ເຮົາ​ໃຊ້​​ໃນ​ການ​ປ່ຽນ​ສີ​ຂອງ​ຕົວ​ອັກສອນ​ໃນ​ສ່ວນ​ທີ່​ເຮົາ​ຕ້ອງການ​ໃຫ້​ເກີດ​ສີສັນ​ແຕກ​ຕ່າງ​ຈາກ​ຕົວ​ອັກສອນ​ອື່ນໆ ​
ຮູບ​ແບບ​ຄຳ​ສັ່ງ: <font color="ຊື່​ສີ ຫຼື​ລະຫັດ​ສີ">ຂໍ້ຄວາມ</font>
  1. ການກຳນົດ​ສີ​ຕົວ​ອັກສອນ​ທີ່​ເປັນ​ຈຸດ​ການ​ເຊື່ອມ​ໂຍງ.
ແມ່ນ​ເຮົາ​ຈະ​ກຳນົດ​ໃນ​ສ່ວນ​ຂອງ <body> ​ໂດຍ​ເພີ່ມ​ຄຸນ​ລັກສະນະ link=ຊື່​ສີ ຫຼື​ລະຫັດ​ສີ, alink=ຊື່​ສີ ຫຼື​ລະຫັດ​ສີ, vlink= ຊື່​ສີ ຫຼື​ລະຫັດ​ສີ
<body text="#F0F0F0" link="#FFFF00" alink="#0077FF" vlink="#22AA22">
ຕົວຢ່າງ:
<HTML>
<HEAD><TITLE>ການກຳນົດຕົວອັກສອນເປັນຫົວເລື່ອງ</TITLE></HEAD>
<body bgcolor="#000000" text="orange" link="red" vlink="green"alink="yellow">
<marquee bgcolor="cyan"><font size="4">welcome</font></marquee>
<hr color="red">
<a href="#">Home</a>&nbsp;|&nbsp<a href="#">About us</a>&nbsp;|&nbsp;
<a href="#">Services</a>&nbsp;|&nbsp;<a href="#">Contact us</a>
<br><br><br>ບົດຮຽນພື້ນຖານໃນການສ້າງເວັບດ້ວຍໂປຣແກຣມພາສາ HTML
<h3>ບົດທີ 1</h3><font color="green">ພື້ນຖານ HTML</font>
<h3>ບົດທີ 1</h3><font color="purple">ຄຳສັ່ງເລີ່ມຕົ້ນ</font>
<h3>ບົດທີ 1</h3><font color="blue">ຮູບແບບຕົວໜັງສື</font>
</BODY>
</HTML>

ຕົວ​ຢ່າງ​ລະຫັດ​ສີ
ໝາຍ​ເຫດ: ການ​ໃສ່​ລະຫັດ​ສີ​ທຸກໆ​ຄ່າ​ຈະ​ຕ້ອງ​ຂຶ້ນ​ຕົ້ນ​ດ້ວຍ​ເຄື່ອງໝາຍ #