ບົດທີ 7 ການເຮັດໃຫ້ຂໍ້ຄວາມໜ້າສົນໃຈ


  1. ການ​ກຳນົດ​ຕົວ​ອັກສອນ​ກະ​ພິບ.
ໃຊ້​ແທັກ​ຄຳ​ສັ່ງ <blink> ​.......... </blink> ສຳລັບ​​ແທັກ​ຄຳ​ສັ່ງ​ເຮັດ​ໃຫ້​ຕົວ​ອັກສອນ​ກະ​ພິບ​ນີ້​ຈະ​ສະ​ແດງ​ຜົນ​ໄດ້​ສະ​ເພາະ​ໂປຣ​ແກຣມບຣາວ​ເຊີ Netscape ​ເທົ່າ​ນັ້ນ.
ຮູ​ບ​ແບບ: <blink> ຂໍ້​ຄວາມ​ກະ​ພິບ </blink>
  1. ການ​ເຮັດ​ໃຫ້ຕົວ​ອັກສອນ​​ເລື່ອນ.
ຮູບ​ແບບ: <marquee> …. </marquee>
      ​ແທັກຄຳ​ສັ່ງ <marquee> ຈະ​ເຮັດ​ໃຫ້ຕົວ​ອັກສອນ ​ແລະ​ຂໍ້ຄວາມ​​​ເລື່ອນ​​ ​ເຊິ່ງຈະ​ເຮັດ​ໃຫ້​ໜ້າ​ເວັບ​ມີ​ຄວາມ​ໜ້າ​ສົນ​ໃຈ ​ໂດຍ​ປົກກະຕິ​ການ​ເລື່ອນ​ຈະ​ເລື່ອນ​ຈາກ​ຂວາ​ຫາ​ຊ້າຍ ຄຳ​ສັ່ງ​ນີ້​ຈະ​ສະ​ແດງ​ຜົນ​ໄດ້​ຢ່າງ​ຖືກຕ້ອງ​ໃນ​ໂປຣ​ແກຣມ Internet Explorer ​ເທົ່າ​ນັ້ນ.
      ຄຸນ​ລັກສະນະ​ການ​ເລື່ອນ​ຂອງ​ຕົວ​ອັກສອນມີ​ດັ່ງ​ນີ້:
<marquee bgcolor="ຊື່ສີ" direction="ທິດທາງການເລື່ອນ" width="ຄວາມ​ກວ້າງ" height="ຄວາມ​ສູງ" >
​ເຊິ່ງທິດ​ທາງ​ການ​​ເລື່ອນ​ສາມາດ​ກຳນົດ​ໄດ້​ຄື:
ທິດ​ທາງ
ຄຳ​ອະທິບາຍ
Up
​ເລື່ອນ​ຈາກ​ລຸ່ມ​ຂຶ້ນ​ເທິງ
Down
​ເລື່ອ​ນຈາກ​ເທິງ​ລົງ​ລຸ່ມ
Left
​ເລື່ອນ​ຈາກ​ຂວາ​ຫາ​ຊ້າຍ
Right
​ເລື່ອນ​ຈາກ​ຊ້າຍຫາ​ຂວາ
ນອກຈາກ​ນັ້ນ​ຍັງ​ສາມາດ​ກຳນົດ​ໃຫ້​ຕົວ​ອັກສອນ ຫຼື​ຂໍ້ຄວາມ​ເລື່ອນ​ກັບ​ໄປ​ກັບ​ມາ​ໄດ້ ດ້ວຍ​ການ​ເພີ່ມ​ຄຸນ​ລັກສະນະ behavior=alternate ​ໄວ້​ພາຍ​ໃນ <marquee> ​ເຊັ່ນ:
<marquee bgcolor="yellow" behavior="alternate" width="200" height="20"> ຂໍ້ຄວາມເລື່ອນ </marquee>
ຕົວຢ່າງ:
<HTML>
<HEAD>
<TITLE>ການກຳນົດຕົວອັກສອນເປັນຫົວເລື່ອງ</TITLE>
</HEAD>
<BODY bgcolor="#000000" text="orange" link="red" vlink="green" alink="yellow">
<marquee bgcolor="yellow" behavior="alternate" width="200" height="20"> ຂໍ້ຄວາມເລື່ອນ </marquee>
<hr color="red">
<a href="#">Home</a>&nbsp;|&nbsp;
<a href="#">About us</a>&nbsp;|&nbsp;
<a href="#">Services</a>&nbsp;|&nbsp;
<a href="#">Contact us</a>
</BODY>
</HTML>