ບົດທີ 3 ເລີ່ມຕົ້ນຄຳສັ່ງພາສາ HTML



  1. ແທັກ(Tag)
​​ແທັກ​ແມ່ນ​ລັກສະນະ​ສະ​ເພາະ​ຂ​ອງພາສາ HTML ທີ່​ໃຊ້​ໃນ​ການ​ກຳນົດ​ຮູບ​ແບບ​ຄຳ​ສັ່ງ ຫຼື​ລະຫັດ​ຄຳ​ສັ່ງ ​ໂດຍ​ລະ​ຄຳ​ສັ່ງ​ຈະ​ຖືກ​ກຳນົດ​ໄວ້​ພາຍ​ໃນ​ເຄື່ອງໝາຍ​ນ້ອຍ​ກວ່າ( < ) ​ແລະ​ເຄື່ອງໝາຍ​ໃຫຍ່​ກວ່າ( > ) ​ເຊິ່ງ​ແທັກ​ຄຳ​ສັ່ງ​ພາສາ HTML ​ແບ່ງ​ອອກ​​ເປັນ 2 ລັກສະນະ​ຄື:
-    ​ແທັກ​ດ່ຽວ: ​ເປັນ​ແທັກ​ທີ່​ບໍ່​ມີ​ແທັກ​ປິດ ​ເຊັ່ນ: <br> , <hr> .
-    ​ແທັກ​ຄູ່: ​ແທັກ​ຄຳ​ສັ່ງ​ໜຶ່ງ​ຈະ​ປະກອບ​ດ້ວຍ​ແທັກ​ເປີດ ​ແລະ​ເທັກ​ປິດ ​ໂດຍ​ພາຍ​ໃນ​ແທັກ​ປິດ​ຈະ​ມີ​ເຄື່ອງໝາຍ / ນຳ​ໜ້າ​ຄຳ​ສັ່ງ ​ເຊັ່ນ: <b> ຂໍ້ຄວາມ </b>


  1. ຄຸນລັກສະນະ​(Attributes).
​ເປັນ​ສ່ວນ​ທີ່​ໃຊ້​ຂະຫຍາຍ​ຄວາມ​ສາມາດ​ຂອງ​ແທັກ​ຄຳ​ສັ່ງ ​ເຊິ່ງຈະ​ຕ້ອງ​​ໃສ່​ໄວ້​ພາຍ​ໃນ​ເຄື່ອງໝາຍ​ໃຫຍ່​ກວ່າ ​ແລະ​ນ້ອຍ​ກວ່າ ​ແລະ​ໃນ​ສ່ວນ​ແທັກ​ເປີດ​ເທົ່າ​ນັ້ນ, ​ໂດຍ​ແຕ່ລະ​ແທັກ​ຄຳ​ສັ່ງ​ຈະ​ມີ​ຄຸນ​ລັກສະນະ​ແຕກ​ຕ່າງ​ກັນ​ໄປ ​ແລະ​ມີ​ຈຳນວນ​ບໍ່​ເທົ່າ​ກັນ ​ເຊັ່ນ: ຄຸນ​ລັກສະນະ​ຂອງ​ແທັກ <p> ມີ​ດັ່ງ​ນີ້​:
<p align="left">ຂໍ້ຄວາມໃດໆກໍ່ໄດ້</p>
<p align="center">ຂໍ້ຄວາມໃດໆກໍ່ໄດ້</p>
<p align="right">ຂໍ້ຄວາມໃດໆກໍ່ໄດ້</p>
<p align="justify">ຂໍ້ຄວາມໃດໆກໍ່ໄດ້</p>

  1. ​ໂຄງ​ສ້າງ​ຂອງ​ພາສາ HTML.



-    ​ແທັກຄຳ​ສັ່ງ ​<html> ​ແມ່ນ​ແທັກ​ເປີດ ​ເຊິ່ງ​ເປັນ​ຄຳ​ສັ່ງກຳນົດ​ຈຸດ​ເລີ່​ມຕົ້ນ​ໃນ​ການ​ຂຽນ​ໂປຣ​ແກຣມ ​ແລະຄຳ​ສັ່ງ </html> ​​ແມ່ນ​ແທັກ​ປິດ ​ເຊິ່ງເປັນ​ແທັກ​ກຳນົດ​ຈຸດ​ສິ້ນ​ສຸດ​ການ​ຂຽນ​ໂປຣ​ແກຣມ.
-    ​ແທັກ​ຄຳ​ສັ່ງ <head> ….</head> ​ແມ່ນ​ແທັກ​ເປີດ ​​ເຊິ່ງ​ເປັນ​ຄຳ​ສັ່ງ​ສຳລັບ​ໃສ່​ຂໍ້ຄວາມ​ທີ່​​ເປັນ​ຊື່ເນື້ອ​ໃນ​ຂໍ້​ມູນ​ໃນ​ໜ້າ​ເວັບ​ເພ​ຈນັ້ນ ​​ແລະ​​ມີ​ແທັກ​ຍ່ອຍ​ອີກ​ຄຳ​ສັ່ງ​ໜຶ່ງ​ຄື: <title>….</title> .
-    ​ແທັກ​ຄຳ​ສັ່ງ <title> …. </title> ​ເປັນ​​ແທັກ​ຄຳ​ສັ່ງ​ທີ່​ໃຊ້​ສະ​ແດງ​ຊື່​ ຫຼື ຂໍ້ຄວາມ​ທີ່​ອະທິບ​ບາຍ​ເນື້ອ​ຫາ​ໃນ​ໜ້າ​ເວັບ​ເພ​ຈນັ້ນ ​ແລະ​ຂໍ້ຄວາມ​ທີ່​ກຳນົດ​ພາຍ​ໃນ​ແທັກ​ຄຳ​ສັ່ງ​ນີ້​ຈະ​ສະ​ແດງ​ໃນ Title Bar ຂອງ​ໂປຣ​ແກຣມ ​ເວັບ​ບຣາວ​ເຊີ.
-    ​ແທັກ​ຄຳ​ສັ່ງ <body> …. </body> ​ເປັນ​ສ່ວນ​ທີ່​ສຳຄັນ​ໃນ​ການສະ​ແດງ​ຜົນ​ໃນ​ໜ້າ​ຈໍ​ຄວາມ ຫຼື​ໃນ​ໂປຣ​ແກຣມ​ເວັບ​ບຣາວ​ເຊີ ​ເຊິ່ງພາຍ​ໃນ​ຈະ​ປະກອບ​ດ້ວຍ​ຫຼາຍ​ແທັກ​ຄຳ​ສັ່ງ ​ເຊັ່ນ: ກ່ຽວ​ກັບ​ຕົວ​ອັກສອນ,ຮູບ​ພາບ,ຕາຕະລາງ,ວິ​ດີ​ໂອ ​ແລະ ອື່ນໆ.